top of page

ຂ້ານ້ອຍເຊື່ອ!

(ບົດຮຽນທີ 2)

ຕົວຢ່າງຂອງຂວັນທີ່ພຣະເຈົ້າຊົງ

ປະທານໃຫ້ແກ່ທຸກຄົນທີ່ເຊື່ອ

S__4112417.jpg

ພວກຫຼານຄິດແນວໃດກ່ຽວກັບພຣະເຢຊູຄຣິດ?

ຖ້າພວກຫຼານເຊື່ອວ່າ ພຣະເຢຊູເຈົ້າໄດ້ຮັບການລົງໂທດສໍາລັບການບາບທຸກຢ່າງຂອງພວກຫຼານ ແລະ ເຊື່ອວ່າ ພຣະເຢຊູເຈົ້າໄດ້ສິ້ນພຣະຊົນ ແລ້ວກໍເປັນຄືນມາຈາກຄວາມຕາຍໃນວັນທີສາມ ພຣະເຈົ້າກໍໄດ້ປະທານຊີວິດນິລັນດອນໃຫ້ແກ່ພວກຫຼານແລ້ວ ພຣະອົງຍັງສັນຍາວ່າ ພຣະອົງຈະບໍ່ເອົາຊີວິດນິລັນດອນຄືນ.

S__4112418.jpg

ທີ່ຈິງແລ້ວ, ພຣະຄໍາພີໄດ້ສອນພວກເຮົາວ່າ ມີຫຼາຍກວ່າ 40 ຢ່າງທີ່ພຣະເຈົ້າປະທານໃຫ້ແກ່ພວກເຮົາ ຫຼື ເຮັດໃຫ້ພວກເຮົາ ເວລາທີ່ພວກເຮົາໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າວ່າ ເປັນພຣະຜູ້ໄຖ່ໃຫ້ພົ້ນຂອງພວກເຮົາ. ໃນໜ້າເວັບໄຊນີ້ກໍຈະໃຫ້ເບິ່ງ ຕົວຢ່າງ 12 ຂອງຂວັນຈາກພຣະເຈົ້າທີ່ໜ້າອັດສະຈັນ.

 

“ພຣະເຈົ້າ...ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່

​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ” (ເອເຟໂຊ 1:3)   

“ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ...ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ” (ເອເຟໂຊ 1:18) 

 

1. ເມື່ອພວກຫຼານເຊື່ອໃນພຣະເຢຊູຄຣິດ ພຣະເຈົ້າຊົງປະທານຄວາມຊອບທໍາອັນສົມບູນແບບຂອງພຣະອົງໃຫ້ແກ່ພວກຫຼານ.

 

“ສ່ວນຄົນທີ່ບໍ່ໄດ້​ອາໄສການປະຕິບັດ (ເຊັ່ນ: ການເຮັດດີ ຫຼື ພິທີກໍາອື່ນໆຂອງສາສະໜາ) ແຕ່ໄດ້ໄວ້ວາງໃຈໃນພຣະອົງ (ຄື ພຣະເຢຊູຄຣິດເຈົ້າ) ຄວາມເຊື່ອຂອງຄົນນັ້ນ ກໍຖືໄດ້ວ່າ ເປັນຄົນຊອບທໍາ” (ໂຣມ 4:5)

 

2. ພວກຫຼານກາຍເປັນຄົນທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າ

ເພາະການທີ່ພວກຫຼານໄດ້ຮັບຄວາມຊອບທໍາອັນສົມບູນແບບຂອງພຣະເຈົ້າ ພວກຫຼານຈຶ່ງກາຍເປັນຄົນບໍ່ມີຄວາມຜິດໃນສາຍຕາຂອງພຣະອົງຕະຫຼອດໄປເປັນນິດ!

S__4112419.jpg

“ດ້ວຍເຫດນີ້ ເມື່ອ​ພວກເຮົາ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ

ເພາະ​ດ້ວຍ​ຄວາມເຊື່ອ​ແລ້ວ​ພວກເຮົາ​ຈຶ່ງ​ມີສັນຕິສຸກ​ກັບ​ພຣະເຈົ້າ​

ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ” (ໂຣມ 5:1) 

​​

3. ພວກຫຼານໄດ້ຮັບຊີວິດນິລັນດອນ. ເພາະພວກຫຼານໄດ້ເຊື່ອໃນອົງພຣະເຢຊູຄຣິດພຣະເຈົ້າຊົງປະທານຊີວິດໃຫ້ແກ່ພວກຫຼານ ຕັ້ງແຕ່ເວລາທີ່ຫຼານໄດ້ເຊື່ອໃນພຣະຄໍາໂຢຮັນ 3:16 ພຣະເຈົ້າຂຽນໄວ້ວ່າ “ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ…...   

S__4112426.jpg

“ດ້ວຍວ່າ, ນີ້​ແຫຼະ ແມ່ນ​ຄວາມປະສົງ​ພຣະບິດາເຈົ້າ​ຂອງເຮົາ ຄື​ໃຫ້​ທຸກຄົນ​ທີ່​ເຫັນ​ພຣະບຸດ ແລະ​ເຊື່ອ​ໃນ​ພຣະອົງ​ນັ້ນ​ມີ​ຊີວິດ​ນິຣັນດອນ” (ໂຢຮັນ 6:40)

 

“ນີ້​ແຫຼະ ເປັນ​ພະຍານ​ຫຼັກຖານ​ນັ້ນ ຄື​ວ່າ​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ເຮົາ​ທັງຫລາຍ ແລະ​ຊີວິດ​ນີ້​ມີ​ຢູ່​ໃນ​ພຣະບຸດ​ຂອງ​ພຣະອົງ” (1ໂຢຮັນ 5:11)

 

4. ເມື່ອຫຼານເຊື່ອໃນພຣະເຢຊູຄຣິດວ່າ ເປັນພຣະຜູ້ໄຖ່ໃຫ້ພົ້ນຂອງຫຼານ ຫຼານໄດ້ກາຍເປັນລູກໃນຄອບຄົວຂອງພຣະເຈົ້າ: 

king and I.jpg

“ເພາະວ່າ​ເຈົ້າ​ທັງຫລາຍ​ກໍ​ເປັນ​ບຸດ​ຂອງ​ພຣະເຈົ້າ ຮ່ວມ​ໃນ

​ພຣະຄຣິດເຈົ້າ​ເຢຊູ​ ໂດຍ​ທາງ​ຄວາມເຊື່ອ” (ຄາລາເຕຍ 3:26)

 

ດັ່ງນັ້ນ ເພາະ​ໂດຍ​ພຣະເຈົ້າ ພວກເຈົ້າ​ຈຶ່ງ​ບໍ່​ເປັນ​ຂ້ອຍຂ້າ​ຕໍ່ໄປ ແຕ່​ເປັນ​ບຸດ

ແລະ​ຖ້າ​ເປັນ​ບຸດ​ແລ້ວ ກໍ​ເປັນ​ເຈົ້າ​ຂອງ​ມໍຣະດົກ (ຄາລາເຕຍ 4:7)

 

5. ພຣະເຢຊູເຈົ້າໄດ້ຮັບການລົງໂທດສໍາລັບການບາບທຸກຢ່າງຂອງພວກຫຼານ ດັ່ງນັ້ນ ພຣະເຈົ້າຈະບໍ່ພິພາພາກຫຼານສໍາລັບການບາບທີ່ຫຼານໄດ້ກະທໍາ (ແຕ່ວ່າ ພຣະອົງຕີສອນຫຼານເມື່ອຫຼານໄດ້ເຮັດບາບເໝືອນດັ່ງພໍ່ຕີສອນລູກທີ່ດື້ດ້ານ  ຊຶ່ງຂຽນໄວ້ໃນພຣະຄໍາພີ ເຮັບເຣີ 12:6-7)

Christ on Cross DYEW.webp

ການພິພາກສາລົງໂທດຈາກພຣະເຈົ້າ

  • ການອວດຕົວ

  • ຄວາມຂົມຂື່ນ

  • ການແກ້ແຄ້ນ

  • ການກະບົດ

  • ຄວາມອິດສາ

  • ການຂະໂມຍ

​​​

  • ການບໍ່ເຊື່ອພໍ່ແມ່

  • ການຂີ້ຕົວະ

  • ການຫຼອກຫຼວງ

  • ການຂ້າຄົນ

  • ແລະ ສິ່ງອື່ນໆອີກຫຼາຍຢ່າງ

“ຜູ້​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ ກໍ​ບໍ່​ຖືກ​ຕັດສິນ​ລົງໂທດ ແຕ່​ຜູ້​ທີ່​ບໍ່​ວາງໃຈເຊື່ອ

ກໍ​ຖືກ​ຕັດສິນ​ລົງໂທດ​ແລ້ວ” (ໂຢຮັນ 3:18)

 

“ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ” 

(ໂຣມ 8:1)

6. ຫຼານໄດ້ຮັບບັບຕິສະມາໂດຍພຣະວິນຍານບໍຣິສຸດ, ໝາຍຄວາມວ່າ ຫຼານໄດ້ເຂົ້າສ່ວນໃນພຣະເຢຊູຄຣິດ (ຄາລາເຕຍ 3:27, ເອເຟໂຊ 4:5)

7. ພຣະວິນຍານບໍຣິສຸດຈະເຮັດໃຫ້ຮ່າງກາຍຂອງຫຼານກາຍເປັນພຣະວິຫານຂອງພຣະເຈົ້າ: ໃນພຣະຄໍາ 1ໂກຣິນໂທ 3:16 ຂຽນໄວ້ວ່າ “ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ”

8. ພຣະເຢຊູເຈົ້າຊົງສະຖິດຢູ່ໃນຮ່າງກາຍຂອງຫຼານ! 

ເມື່ອໃດທີ່ຫຼານຍັງຊີວິດຢູ່ໃນໂລກນີ້ ພຣະເຢຊູເຈົ້າຈະຢູ່ກັບຫຼານຕະຫຼອດເວລາ ແມ່ນແຕ່ຢູ່ພາຍໃນໂຕຫຼານດ້ວຍ!

Jesus and I.jpg

“ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ມີ​ຄວາມເຊື່ອ​ດຽ ແລະມີ​ບັບຕິສະມາ​ດຽວ” (ເອເຟໂຊ 4:5)

“ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ” 

(1ໂກຣິນໂທ 12:13)

“ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ

​ໄດ້​ກ່າວ​ໄວ້​ວ່າ... ແລະ​ ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ” (2ໂກຣິນໂທ 6:16)

9. ພຣະເຈົ້າພຣະບິດາຊົງສະຖິດຢູ່ພາຍໃນຫຼານເຊັ່ນກັນ! ຄວາມຈິງນີ້ໝາຍຄວາມວ່າ ພຣະເຈົ້າແຫ່ງຕີເອກະນຸພາບ (ຄື ພຣະເຈົ້າພຣະບິດາ, ພຣະເຈົ້າພຣະບຸດ ແລະ ພຣະເຈົ້າພຣະວິນຍານບໍຣິສຸດ) ໄດ້ສະຖິດພາຍໃນຮ່າງກາຍຂອງຫຼານ

Thats funny Laos IB2.jpg

“ມີ​ພຣະເຈົ້າ​ອົງ​ດຽວຄື​ ພຣະບິດາເຈົ້າ​ຂອງຄົນ​ທັງປວງ [ຜູ້ທີ່ເຊື່ອທຸກຄົນ] ຜູ້​ຊົງ​ສະຖິດ​ຢູ່​ເທິງ​ຄົນ​ທັງປວງ, ທົ່ວ​ຄົນ​ທັງປວງ ແລະ ໃນ​ຄົນ​ທັງປວງ [ຜູ້ທີ່ເຊື່ອທຸກຄົນ]” (ເອເຟໂຊ 4:6)

 

10. ຫຼານໄດ້ຮັບວິນຍານຂອງມະນຸດ. ເມື່ອຫຼານໄດ້ເກີດມາໃນໂລກນີ້ ຫຼານມີທັງຮ່າງກາຍ ແລະ ຈິດໃຈ ແຕ່ເມື່ອຫຼານເຊື່ອໃນພຣະເຢຊູຄຣິດ ພຣະວິນຍານບໍຣິສຸດຊົງປະທານວິນຍານມະນຸດໃຫ້ຫຼານ ຊຶ່ງໄດ້ຮັບເພາະເຊື່ອ ນັ້ນແຫຼະຄື “ການບັງເກີດໃໝ່”

S__4112420.jpg

ພຣະເຈົ້າຊົງປະທານພຣະວິນຍານບໍຣິສຸດໃຫ້ຫຼານເພື່ອວ່າ ຫຼານຈະສາມາດມີຄວາມສໍາພັນກັບພຣະອົງຄື ສາມາດຮຽນຮູ້ຫຼັກຄໍາສອນພຣະຄໍາພີ, ເພື່ອຈະນະມັດສະການພຣະເຈົ້າໄດ້

    “ພຣະເຈົ້າ​ຊົງ​ເປັນ​ພຣະວິນຍານ ແລະ​ຜູ້​ທີ່​ນະມັດສະການ​ພຣະອົງ ຕ້ອງ​ນະມັດສະການ​ດ້ວຍ​ຈິດ​ວິນຍານ ແລະ​ ຄວາມຈິງ” (ໂຢຮັນ 4:24)

 

“ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ

​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້ ...   ...ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ

ແລະ​ ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ” (ໂຢຮັນ 3:3,6)

 

“ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ

​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ

​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່

ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ” (ຕີໂຕ 3:5)

11. ຫຼານເປັນປະໂຣຫິດໃນຄອບຄົວຂອງພຣະເຈົ້າບໍ່ແມ່ນບໍ! ເປັນປະໂຣຫິດທີ່ແທ້ຈິງ! ນັ້ນໝາຍຄວາມວ່າ ຫຼານສາມາດເວົ້າກັບພຣະເຈົ້າໄດ້ໂດຍກົງ (ຄຣິສຕຽນເອີ້ນວ່າ ການອະທິຖານຕໍ່ພຣະເຈົ້າ) ຕົວຢ່າງເຊັ່ນວ່າ ທຸກຄັ້ງທີ່ຫຼານໄດ້ເຮັດບາບ ຫຼານສາມາດກ່າວເຖິງບາບທີ່ໄດ້ກະທໍານັ້ນຕໍ່ພຣະເຈົ້າ ແລ້ວພຣະອົງສັນຍາວ່າ ຈະຍົກໂທດການບາບນັ້ນໃຫ້ຫຼານທັນທີ

Boy at bed Lao IB2.jpg

“ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ [ພຣະບິດາ] ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ” (1ໂຢຮັນ 1:9)

“ພຣະອົງ [ພຣະເຢຊູຄຣິດ] ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ ແລະ​ ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ ​ແລະ​ ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ”

(ພຣະນິມິດ 1:6)

 

“…ເຈົ້າ​ທັງຫລາຍ...ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ...” (1 ເປໂຕ 2:9)

12. ຊື່ຂອງຫຼານໄດ້ຖືກບັນທຶກໄວ້ແລ້ວໃນໜັງສືແຫ່ງຊີວິດ. ນີ້ແມ່ນສິ່ງໜຶ່ງທີ່ຮັບຮອງວ່າ ຫຼານຈະບໍ່ຖືກພິພາກສາລົງໂທດທີ່ບຶງໄຟນະຣົກ ແຕ່ຈະໄດ້ຢູ່ເທິງສະຫວັນຕະຫຼອດໄປ.

S__4112425.jpg

“…ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​

ຈົດ​ໄວ້​ແລ້ວ​ໃນ​ສະຫວັນ” (ລູກາ 10:20)

 

“ຖ້າ​ຜູ້ໃດ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ

ຜູ້ນັ້ນ​ກໍ​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ.” (ພຣະນິມິດ 20:15)

 ຈົ່ງ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ ແລ້ວ​ເຈົ້າ​​ຈະ​ໄດ້​ພົ້ນ.

(ກິດຈະການ 16:31ກ) 

www.ibdoctrine.org

The Institute of Bible Doctrine

ສະຖາບັນຫຼັກຄໍາສອນພຣະຄໍາພີ
ສໍາຫຼັບຜູ້ທີ່ສົນໃຈໃນພຣະຄໍາຂອງພຣະເຈົ້າ 
bottom of page